ກ່ຽວກັບພວກເຮົາ - ຄອບຄົວ
ສ້າງຄົນໃຫ້ເປັນຄູ ສ້າງຄູໃຫ້ມີຄວາມຮູ້ ວິທະຍາສາດສັງຄົມ ສ້າງຄົນຮຸ່ນໃໝ່ ໄປພັດທະນາສັງຄົມໃຫ້ປະກົດຜົນເປັນຈິງ!

ກ່ຽວກັບພວກເຮົາ

   ລະບົບຖານຂໍ້ມູນພາກວິຊາຄູວິທະຍາສາດສັງຄົມ(ຖວຄ) ແມ່ນເວັບໄຊທີ່ສ້າງຂື້ນໂດຍບໍ່ຫວັງຜົນກຳໄລ. ສ້າງຂື້ນເພື່ອເປັນຖານຂໍ້ມູນທີ່ສຳຄັນຂອງພາກວິຊາຄູວິທະຍາສາດສັງຄົມ ເຊິ່ງເປັນອີກໜື່ງທາງເລືອກໃຫ້ແກ່ບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ຜູ້ທີ່ມີຄວາມສົນໃຈທົ່ວໄປໄດ້ເຂົ້າມານໍາໃຊ້ ໂດຍສະເພາະເປັນແຫຼ່ງສະໝອງຂໍ້ມູນຕ່າງໆທີ່ສາມາດເຜີຍແຜ່ຕໍ່ສາທາລະນະໄດ້ຂອງພາກຄູວິທະຍາສາດສັງຄົມ, ໂດຍສະເພາະແມ່ນ ພະລະບົດບາດ ແລະ ໂຄງຮ່າງການຈັດຕັ້ງຂອງພາກວິຊາ, ຊີວະປະຫວັດຫຍໍ້ ແລະ ຜົນງານວິຊາການຂອງຄູ-ອາຈານ ແລະ ຊີວະປະຫວັດຫຍໍ້ຂອງນັກຮຽນ, ຫຼັກສູດລາຍວິຊາ, ປື້ມ ແລະ ເອກະສານປະກອບການຮຽນ-ການສອນ, ນອກຈາກນີ້ ຍັງມີ ເອກະສານສຽງ, ຮູບພາບ, ວີດີໂອ ແລະ ເກມອີກດ້ວຍ.
   ພວກເຮົາມີການສ້າງອາສາສະໝັກໃນການພັດທະນາໂຕຂອງໂປຣແກຣມ ເຊິ່ງເປັນເລື່ອງທີ່ສຳຄັນຫຼາຍ ເພາະເປັນການສ້າງຮຸ່ນສືບທອດໃນການດູແລລະບົບ ແລະ ພັດທະນາ. ເປັນການໃຊ້ເວລາວ່າງຈາກການຮຽນໃຫ້ເປັນປະໂຫຍດ, ທັງຍັງເປັນການຖ່າຍທອດນະວັດຕະກໍາດັ່ງກ່າວຈາກຮຸ່ນສູ່ຮຸ່ນ ເພື່ອເສີມສ້າງຄວາມສາມັກຄີພາຍໃນພາກວິຊາໃຫ້ແໜ້ນແກ່ນຂື້ນກວ່າເກົ່າ.

ไม่มีความคิดเห็น:

แสดงความคิดเห็น

ขับเคลื่อนโดย Blogger.